ທີ່ພັກຢູ່ໃນຕົວເມືອງທີ່ດີທີ່ສຸດ

Hotel Overview

     ຍິນດີຕ້ອນຮັບສູ່ ໂຮງແຮມຫຼວງພະບາງ ດໍຣ ບູຕິກ ໂຮເທວ ໃນ ໃຈກາງເມືອງຫຼວງພະບາງ ດິນແດນແຫ່ງອັນຍະມະນີ. ໂຮງແຮມຂອງພວກເຮົາ ຕັ້ງຢູ່ຕິດກັບເສັ້ນທາງ ສີສະຫວາງວົງ ຊຶ່ງເປັນໂຊນສີແດງ ທີ່ອົງການ UNESCO ຮັບຮອງໃຫ້ເປັນຂອບເຂດບໍລິເວນ ເມືອງມໍລະດົກໂລກ, ນັ້ນໝາຍຄວາມວ່າແຂກຂອງເຮົາທຸກທ່ານຈະໄດ້ພັກຜ່ອນໃນພື້ນທີ່ທີ່ມີຄວາມສຳຄັນທາງປະຫວັດສາດຂອງເມືອງທີ່ລາຍລ້ອມດ້ວຍສະຖາປັດຕະຍາກຳທີ່ສວຍງາມ ແລະ ເປັນສະຖານທີ່ທີມີຄວາມສຳຄັນທາງດ້ານວັດທະນາທຳ.

     ໂຮງແຮມຂອງພວກເຮົາຕັ້ງຢູ່ໃກ້ໆກັບຕະຫຼາດກາງຄືນ, ວັດພູສີ, ພະລາຊະວັງ ແລະ ວັດຊຽງທອງ ເຮັດໃຫ້ເປັນສະຖານທີ່ເໝາະສົມສຳຫຼັບນັກທ່ອງທ່ຽວທີ່ຕ້ອງການສຳຫຼວດວັດທະນາທຳ ແລະ ປະຫວັດສາດອັນຍາວນານຂອງເມືອງແຫ່ງນີ້. ນອກຈາກນີ້ໂຮງແຮມຂອງພວກເຮົາຍັງຢູ່ຕິດກັບເສັ້ນທາງໃຫຍ່ຊື່ງເປັນເສັ້ນທາງສາຍຫຼັກສຳລັບພິທີຕັກບາດທຸກໆຕອນເຊົ້າ ເຮັດໃຫ້ທ່ານສາມາດສຳຜັດຄວາມງົດງາມທາງຮີດຄອງປະເພນີເຫຼົ່ານີ້ດ້ວຍຕົນເອງ.

SERVICES & MORE

Hotel Facilities

Smart Key
Room Service
Luggage Store
Daily cleaning

Lunch

ບໍລິການພິເສດ ແລະ ຂໍ້ສະເໜີພິເສດ

ໂຮງແຮມຂອງພວກເຮົາຕັ້ງຢູ່ໃກ້ໆກັບຕະຫຼາດກາງຄືນ

     ອີກໜຶ່ງຄຸນນະສົມບັດທີ່ໂດດເດັ່ນທີ່ສຸດສຳຫຼັບໂຮງແຮມຂອງພວກເຮົາ ຄືທຳເລທີ່ໃກ້ຄຽງກັບສະຖານທີ່ຈັດງານເດີນຂະບວນແຮ່ພາສາດເຜິ້ງ ແລະ ສະຖານທີ່ຈັດງານສະເຫຼີມສະຫຼອງບຸນສົງການປີໃໝ່ລາວ. ໂຮງແຮມຂອງພວກເຮົາຍັງຕັ້ງຢູ່ແຄມທາງທີ່ເປັນທາງຜ່ານສຳຫຼັບການຈັດກິດຈະກຳຕ່າງໆເຫຼົ່ານີ້ທຸກໆປີ, ແຂກສາມາດເຂົ້າຮ່ວມ ຫຼື ຢ້ຽມຊົມເພື່ອສຳຜັດບັນຍາກາດການສະເຫຼີມສະຫຼອງກິດຈະກຳດັ່ງກ່າວໄດ້ຢ່າງໃກ້ຊິດ, ສາມາດເຮັດໃຫ້ທ່ານຮູ້ສຶກເໝືອນໄດ້ຮັບແຮງບັນດານໃຈທີ່ພິເສດ ແລະ ເປັນປະສົບການທີ່ນ່າປະທັບໃຈ.

     ຫຼັງຈາກຈົບກິດຈະກຳອັນຍາວນານມາທັງວັນ ທ່ານກໍສາມາດເຂົ້າພັກຜ່ອນໃນຫ້ອງພັກສຸດຫຼູຫຼາໃນໂຮງແຮມຂອງພວກເຮົາໄດ້ຢ່າງສະດວກສະບາຍ. ຫ້ອງພັກແຕ່ລະຫ້ອງໄດ້ຮັບການອອກແບບ ແລະ ຕົບແຕ່ງໂດຍຄຳນຶງເຖິງຄວາມສະດວກສະບາຍຂອງທ່ານ ແລະ ພຽບພ້ອມດ້ວຍສິ່ງອຳນວຍຄວາມສະດວກທີ່ຫຼາກຫຼາຍໂດຍມຸ່ງເນັ້ນເຮັດໃຫ້ການພັກຜ່ອນຂອງທ່ານເກີດຄວາມເພິ່ງພໍໃຈເປັນອັນດັບໜຶ່ງ. ຕັ້ງ ແຕ່ຕຽງນອນທີ່ອ່ອນນຸ້ມ ແລະ ແສນສະບາຍຈົນເຖິງຫ້ອງນ້ຳທີ່ທັນສະໄໝ, ພວກເຮົາມີທຸກສິ່ງທຸກຢ່າງທີ່ທ່ານຕ້ອງການເພື່ອເຮັດໃຫ້ທ່ານຮູ້ສືກຄືກັບການຢູ່ບ້ານຂອງຕົວເອງ.

ເວລາ

ຂອງພວກເຮາ

ບໍລິການ 24 ຊົ່ວໂມງ

ວັນຈັນ-ວັນທິດ

ຢູ່​ໃນ​ການ​ຕິດ​ຕໍ່

ຕິດຕໍ່ໄດ້